• About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ
ACCMIN Consulting and Services Co., Ltd.
  • About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ

ມາດຕະຖານການລາຍງານການເງິນໃນ ສປປ ລາວ

ວິສາຫະກິດໃນລາວ ຕ້ອງໄດ້ກະກຽມບົດລາຍງານການເງິນໃຫ້ສອດຄ່ອງກັບມາດຕະຖານ ການລາຍງານການເງິນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການບັນຊີ ເລກທີ່ 531/ກງ, ລົງວັນທີ່ 26 ກຸມພາ2016. 
ອົງການລັດຕ້ອງໄດ້ລາຍງານໂດຍສອດຄອງກັບ ມາດຕະຖານສາກົນດ້ານການບັນຊີແຫ່ງລັດຕາມພື້ນຖານເງິນສົດ, ບົດລາຍງານແບບບັນຊີເງິນສົດ ເພື່ອກະກຽມໃນການກ້າວໄປເຖີງການນຳໃຊ້ ມາດຕະຖານສາກົນດ້ານການບັນຊີແຫ່ງລັດຕາມພື້ນຖານຄ້າງຮັບຄ້າງຈ່າຍ, ຂໍ້ຕົກລົງ ວ່າດ້ວຍການການນຳໃຊ້ມາດຕະຖານສາກົນດ້ານການບັນຊີ ແຫ່ງລັດຕາມພື້ນຖານເງິນສົດ, ສະບັບເລັກທີ່ 529/ກງ, ລົງວັນທີ່ 26 ກຸມພາ 2016.

​ການບັນຊີ ແລະ ການຄຸ້ມຄອງການເງິນ 

ກາລຸນາເບີ່ງລາຍລະອຽດການບໍລິການຂອງພວກເຮົາຂ້າງລຸ່ມນີ້

ການຈັດລະບົບບັນຊີ

Picture

ການຖືບັນຊີ ແລະ ການລາຍງານ

Picture

ການຂື້ນແຜນງົບປະມານ ແລະ ການຄຸ້ມຄອງການເງິນ

Picture
ໃຊ້ບໍລິການ ແລະ ສອບຖາມລາຄາ

ການບັນຊີ ແລະ ການຄຸ້ມຄອງການເງິນ

ການບັນຊີຈະມີຄວາມຄ່ອງຕົວທີ່ສຸດຖ້າຫາກມີການຈັດລະບົບທີ່ເໝາະສົມແຕ່ເບື້ອງຕົ້ນ!

ພວກເຮົາໃຫ້ການບໍລິການບັນຊີແບບຄົບວົງຈອນໃຫ້ທ່ານໄດ້ດັ່ງລາຍລະອຽດຂ້າງລຸ້ມນີ້:

ການຈັດລະບົບບັນຊີ


ການຈັດລະບົບບັນຊີແມ່ນຂັ້ນຕອນທຳອິດຂອງວຽກງານບັນຊີ, ຖ້າຂາດລະບົບບັນຊີທີ່ເໝາະສົມ, ວຽກງານບັນຊີຈະບໍ່ສາມາດດຳເນີນງານຢ່າງຖືກຕ້ອງ ແລະ ຊັດເຈນໄດ້ເຊິ່ງຈະມີຜົນກະທົບຕໍ່ການດຳເນີນງານຂອງອົງກອນໂດຍລວມໄດ້. ຂັ້ນຕອນການບໍລິການຂອງພວກເຮົາມີດັ່ງລຸ່ມນີ້:
​
  • ທົບທວນ ແລະ ປະເມີນລະບົບທີ່ມີຄືນໃໝ່ເພື່ອຈຳແນກຈຸດບົກຜ່ອງຕ່າງໆ 
  • ພັດທະນາ ແລະ ອອກແບບຄູ່ມືການດຳເນີນງານດ້ານບັນຊີ
  • ພັດທະນາ ແລະ ອອກແບບເຄື່ອງມື: ລະບົບບັນຊີອອນລາຍ ຫຼື ເທີງອິນເຕີແນ໋ດສຳລັບອົງການລັດ ຫຼື ຕິດຕັ້ງໂປແກມບັນຊີເຊີ່ງປະກອບມີ:
    • ໂປແກມບັນຊີລາວ
    • ໂປແກມບັນຊີ ຄິວກບຸ໋ກອອນລາຍ. ກາລຸນາເບີ່ງລາຍລະອຽດໂປແກມ. ​ເບີ່ງພາບລວມຂອງໂປແກມ! 
    • ລະບົບໂປແກມບັນຊີສຳລັບອົງກອນລັດຖະບານ 
  • ກະກຽມເອກະສານຝຶກອົບຮົມວິທີການນຳໃຊ້ຄູ່ມືການດຳເນີນງານດ້ານບັນຊີ ແລະ ໂປແກຣມບັນຊີເພື່ອດຳເນີນການຝຶກອົບຮົມໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບວຽກງານບັນຊີ.
  • ຕິດຕາມ ແລະ ປະເມີນຜົນ ພາຍຫຼັງຝຶກອົບຮົມໃນໄລຍະເວລາ 3-12 ເດືອນຂອງການຈັດຕັ້ງປະຕິບັດລະບົບບັນຊີດັ່ງກ່າວ.
  • ທົບທວນ ແລະ ປະເມິນລະບົບບັນຊີທີ່ມີຢູ່.
​

ຂັ້ນຕອນຫຼັກຂອງພວກເຮົາໄດ້ສະແດງໃນແຜນວາດດັ່ງລຸ່ມນີ້:
Picture
ການຕິດຕັ້ງໂປແກມບັນຊີ

​ສຳລັບການຕິດຕັ້ງໂປແກມບັນຊີ, ພວກເຮົາຈະຕິດຕັ້ງ ແລະ ປະກອບຂໍ້ມູນເບື້ອງຕົ້ນ ທີ່ກ່ຽວຄ້ອງກັບບັນຊີທັງໝົດເຂົ້າໃນໂປແກມ ເພື່ອໃຫ້ນັກບັນຊີສາມາດດຳເນີນວຽກງານຂອງເຂົາເຈົ້າໄດ້ທັນທີ, ສີ່ງທີ່ພວກເຮົາຈະຕິດຕັ້ງ ແລະ ປະກອບຂໍ້ມູນມີດັ່ງລຸ່ມນີ້:

  • ຂໍ້ມູນຂອງບໍລິສັດ
  • ການກຳນົດເມນູຕ່າງໆ ຂອງໂປແກຣມທີ່ກ່ຽວຂ້ອງກັບການດຳເນີນງານຂອງບໍລິສັດ.
  • ການສ້າງ ແລະ ປັບປຸງແບບຟອມຕ່າງໆເຊັ່ນ: ໃບເກັບເງິນ, ໃບສະເໜີລາຄາ, ໃບສັ່ງຊື້ ແລະ ອື່ນໆທີ່ຈຳເປັນ ເພື່ອໃຫ້ເໝາະສົມກັບການດຳເນີນງານຂອງບໍລິສັດ.
  • ສ້າງລະຫັດບັນຊີ ທີ່ສອດຄ້ອງ ແລະ ເໝາະສົມກັບລະຫັດບັນຊີລາວທີ່ປະກາດນຳໃຊ້ແຕ່ລະໄລຍະ.
  • ທົບທວນ ແລະ ປະກອບຂໍ້ມູນລາຍຊື່ທັງໝົດຂອງລາຍການສິນຄ້າ ແລະ ການບໍລິການ.

ຈັດລະບົບບັນຊີ ຂັ້ນພື້ນຖານ

ພວກເຮົາໃຫ້ບໍລິການຈັດລະບົບບັນຊີຂັ້ນພື້ນຖານໂດຍສະເພາະສາລະບານບັນຊີຢູ່ໃນໂປແກມບັນຊີ. ເຖີງວ່າສາລະບານບັນຈະໄດ້ຖຶກກຳໄດ້ນົດໂດຍອັດຕາໂລມັດໃນໂປແກມບັນຊີແຕ່ມີພຽງລະຫັດບັນຊີຫຼັກເທົ່ານັ້ນ. ມີຄວາມຈຳເປັນຕ້ອງໄດ້ສ້າງລະຫັດບັນຊີຍ່ອຍຂື້ນໃຫ້ສອດຄອງກັບລັກສະນະຂອງແຕ່ລະທຸລະກິດ. ເພື່ອຮັບປະກັນວ່າລະຫັດບັນຊີຍ່ອຍມີຄວາມຄົບຖ້ວນ ແລະ ເໝາະສົມ, ພວກເຮົາຈະມີການທົບທວນຂໍ້ມູນເບື້ອງຕົ້ນຕາມຂັ້ນຕອນດັ່ງລຸ່ມນີ້:




  • ທົບທວນຂັ້ນຕອນການດຳເນີນງານ ແລະ ພິຈາລະນາການສ້າງລະຫັດບັນຊີໃຫ້ເໝາະສົມກັບລັກສະນະຂອງທຸລະກິດ. ການທົບທວນຈະປະກອບມີດັ່ງນີ້: (1) ທົບທວນນະໂຍບາຍ ແລະ ລະບຽບການພາຍໃນຖ້າຫາກມີ (2) ສັນຍາກັບພາກສ່ວນທີ່ກ່ຽວຂ້ອງ (3) ຄວາມຕ້ອງການຂອງການລາຍງານຈາກບໍລິສັດແມ່ (4) ທົບທວນລະຫັດບັນຊີລາຍຈ່າຍທີ່ນຳໃຊ້ໃນປະຈຸບັນ ແລະ ກຳນົດລະຫັດບັນຊີເພີ້ມເຕີມເຊີ່ງອາດຈະມີເພື່ອໃຫ້ສາມາດສະໜອງຂໍ້ມູນ ແລະ ການສົມທຽບລາຍຈ່າຍທີ່ອານຸຍາດ ແລະ ບໍ່ອານຸຍາດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສວຍສາອາກອນ
  • ສ້າງລະຫັດບັນຊີຍ່ອຍລະອຽດ ແລະ ປັບປຸງ ໃຫ້ມີຄວາມເໝາະສົມເພື່ອຮັບປະກັນວ່າ ລະຫັດບັນຊີສອດຄ່ອງກັບລະບົບບັນຊີລາວ ແລະ ຄວາມຕ້ອງການຂອງການລາຍງານພາຍໃນຂອງລູກຄ້າ
  • ໃຫ້ຄຳປືກສາ ແລະ ຝືກອົບຮົມກັບທີ່ ກ່ຽວກັບລະບົບທີ່ໄດ້ສ້າງຂື້ນ: ລະຫັດບັນຊີ, ປື້ມບັນທືກບັນຊີປະຈຳວັນ, ການເກັບມ້ຽນເອກະສານ ແລະ ອື່ນໆເພື່ອຮັບປະກັນວ່າລະຫັດບັນຊີຍ່ອຍໄດ້ຖືກນຳໃຊ້ຢ່າງຖຶກຕ້ອງ ແລະ ເໝາະສົມ.

ການຖືບັນຊີ ແລະ ການລາຍງານ


​ໃນຕົ້ນປີ 2016, ກະຊວງການເງິນໄດ້ປະກາດນຳໃຊ້ມາດຕະຖານການລາຍງານການເງິນແບບສາກົນສຳລັບ ບໍລິສັດ ໃນ ສ ປ ປ ລາວ. ສຳລັບ ບໍລິສັດ ທີ່ມີຜົນກະທົບຕໍ່ມະຫາຊົນແມ່ນໃຫ້ນຳໃຊ້ມາດຕະຖານການລາຍງານການເງິນສາກົນແບບເຕັມສ່ວນ. ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນນຳໃຊ້ມາດຕະການການລາຍງານການເງິນຂອງລາວ ເຊິ່ງປັບປຸງມາຈາກມາດຕະຖານການລາຍງານການເງິນສາກົນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ. ແຕ່ຖ້າຫາກວ່າການຈັດຕັ້ງປະຕິດບັດຍັງພົບຄວາມທ້າທາຍ. ເນື່ອງຈາກເປັນການນຳໃຊ້ຄັ້ງທຳອິດ, ສະນັ້ນ ລະບົບບັນຊີລາວຍັງຖືກນຳໃຊ້ຢູ່ໂດຍສະເພາະແມ່ນການລາຍງານການເງິນໃຫ້ຫ້ອງການອາກອນປະຈຳປີ. ພວກເຮົາໃຫ້ການບໍລິການຖືບັນຊີ ແລະ ກະກຽມການລາຍງານດັ່ງກ່າວເຊິ່ງການບໍລິການຂອງພວກເຮົາປະກອບມີ:
​
  • ກວດກາເອກະສານລົງບັນຊີ.
  • ສອບຖາມຂໍ້ມູນເພີ່ມເຕີມຈາກລູກຄ້າ (ຖ້າຫາກມີ).
  • ໃສ່ລະຫັດບັນຊີໃຫ້ເໝາະສົມກັບເນື້ອໃນການເຄື່ອນໄຫວບັນຊີ.
  • ບັນທຶກລາຍການບັນຊີລົງໃນໂປແກຣມບັນຊີລາວ ຫຼື ໂປແກຣມບັນຊີຄິວກບຸ໋ກອອນລາຍ.
  • ສ້າງບົດລາຍງານເປັນແຕ່ລະເດືອນ, ໄຕມາດ, ເຄິ່ງປີ ແລະ ປະຈຳປີ. ເຊິ່ງປະກອບມີ: ບົດລາຍງານຜົນໄດ້ຮັບ, ໃບລາຍງານຖານະການເງິນ, ໃບດຸ່ນດ່ຽງ, ບັນຊີແຍກປະເພດ ແລະ ອື່ນໆ.

ການຂື້ນແຜນງົບປະມານ ແລະ ຄຸ້ມຄອງການເງິນ


​ພວກເຮົາໃຫ້ການບໍລິການເຕັກນິກທາງດ້ານວິຊາການໃນການກະກຽມງົບປະມານໂດຍສະເພາະໃນໄລຍະການກະກຽມບົດສະເໜີໂຄງການໃໝ່. ພ້ອມກັນນັ້ນພວກເຮົາຍັງເປັນທີ່ປືກສາໄລຍະສັ້ນ ແລະ ຍາວ ໃນການຄຸ້ມຄອງ ບັນຊີການເງິນຂອງໂຄງການ.
ລູກຄ້າຂອງພວກເຮົາ
​
  • ໂຄງການຕ່າງໆ ທີ່ຈັດຕັ້ງປະຕິດບັດໂດຍ ອົງການລັດທີ່ໃຫ້ການຊ່ວຍເຫຼືອ ຫຼື ກູ້ຢືມຈາກອົງການຈັດຕັ້ງສາກົນເຊັ່ນ: ອົງການສະວິເດັນເພື່ອການພັດທະນາສາກົນ, ກອງທຶນໂລກເພື່ອຕ້ານເອດສ, ວັນນະໂລກ ແລະ ໄຂ້ຍຸງ, ທະນາຄານໂລກ, ອົງການກາແດງສະວິດສ
  • ວິສາຫະກິດຕ່າງໆດ້ານບໍ່ແຮ່, ກົດໝາຍ, ທີ່ປືກສາດ້ານສີ່ງແວດລ້ອມ, ບໍລິການອາຫານ ແລະ ເຄື່ອງດື່ມ, ກະສິກໍາ, ການຜະລິດ, ຫ້ອງການຜູ້ຕາງໜ້າ, ເຄື່ອງສໍາອາງ, ໂຄສະນາ ແລະ ການບໍລິການສ້ອມແປງ ແລະ ຂາຍອາໄລລົດ.

ລາຄາຄ່າບໍລິການ

ລາຄາຄ່າບໍລິການຂອງພວກເຮົາແມ່ນອີງຕາມປະສົບການ ແລະ ເວລາຂອງພະນັກງານທີ່ນຳໃຊ້ເຂົ້າໃນການບໍລິການໃດໜື່ງ. ຂະໜາດຂອງອົງກອນ, ໂຄງຮ່າງ ແລະ ລັກສະນະຂອງກິດຈະການ ແລະ ຈຳນວນຂອງການເຄື່ອນໄຫວດ້ານບັນຊີ ແມ່ນພາກສ່ວນໜື່ງຂອງການພິຈາລະນາຂອງພວກເຮົາໃນການຈັດສັນເວລາ ແລະ ທີມງານເຂົ້າໃນການບໍລິການດັ່ງກ່າວ. ລາຄາຄ່າບໍລິການໂດຍລວມແມ່ນກຳນົດດັ່ງລຸ່ມນີ້. ກະລຸນນາຕິດຕໍ່ພວກເຮົາເພື່ອສອບຖາມ ລາຍລະອຽດຂອງລາຄາ ແລະ ບໍລິການ ໂດຍການປະກອບຂໍ້ມູນຕາມຄຳຖາມຂ້າງລຸ່ມນີ້.
ຈັດລະບົບບັນຊີ
​ການຖືບັນຊີ ແລະ ການກະກຽມການລາຍງານ
200-4,000
125-750
ລາຄາຕໍ່ລະບົບ
ລາຄາຕໍ່ເດືອນ
-
-
ສອບຖາມລາຄາ ແລະ ການບໍລິການ
ສອບຖາມລາຄາ ແລະ ການບໍລິການ

ຕິດຕໍ່ພວກເຮົາ ແລະ ຕິດຕາມພວກເຮົາຕາມທີ່ຢູ່ດັ່ງຕໍ່ໄປນີ້! Follow us on


SERVICE

Accounting and Financial Management
Assurance/Audit
Tax
Advisory
​Training

RESOURCES

News and Events
Links
Tools

PARTNER

SFAI
QuickBooks Online
ACCMIN Business Service 
​3E Accounting International
​Cekindo Bisnis Group

COMPANY

Contact us
Our Team
FAQ
​Job
  • About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ