ACCMIN Consulting and Services Co., Ltd.
Menu

ທີມງານຂອງພວກເຮົາ

ທີມງານຂອງພວກເຮົາປະກອບມີທີ່ປືກສາພາຍໃນທີ່ມີປະສົບການເຮັດວຽກກັບອົງການສາກົນຕ່າງໆ ແລະ ທີ່ປືກສາຕ່າງປະເທດ ທີ່ມີຄວາມຮູ້ກ່ຽວກັບສະພາບ, ບັນຫາ ແລະ ເງື່ອນໄຂຕ່າງໆພາຍໃນປະເທດເປັນຢ່າງດີ
ທີມງານວິຊາການຂອງບໍລິສັດ ແອ໋ກມີນ ມີປະສົບການຫຼາຍກວ່າ 15 ປີ ໃນການໃຫ້ບໍລິການບັນຊີ, ການກວດສອບບັນຊີ, ທີ່ປືກສາດ້ານການບໍລິຫານ ໃຫ້ແກ່ລູກຄ້າທີ່ດຳເນີນທຸລະກິດໃນ ສ ປ ປ ລາວ. ຜ່ານການໃຫ້ການບໍລິການ, ການຄຸ້ມຄອງບັນຊີການເງິນ ທັງເປັນສ່ວນບຸກຄົນ ແລະ ການຮ່ວມມືກັບບັນດາບໍລິສັດຕ່າງປະເທດ, ທີມງານຂອງບໍລິສັດ ມີຄວາມຄຸ້ນເຄີຍກັບລະບົບບັນຊີ, ການຄຸ້ມຄອງການເງິນ ແລະ ການລາຍງານຂອງລັດຖະບານລາວ, ອົງກອນບໍ່ຫວັງຜົນກຳໄລ, ວິສາຫະກິດ ແລະ ອົງການສາກົນ ໃນ ສ ປ ປ ລາວ ເຊິ່ງປະກອບມີ: ອົງການເພື່ອການພັດທະນາສາກົນ, ທະນາຄານພັດທະນາອາຊີ, ກອງທຶນໂລກຕ້ານເອດສ, ວັນນະໂລກ ແລະ ໄຂ້ຍຸງ, ອົງການກາແດງສະວິດສະແລນ, ອົງການເຂົ້າຈີ່ໂລກ ແລະ ໂຄງການຟາສເທັນອອບເຟີ.

​ໃນການພັດທະນາອາຊີບຂອງທີມງານຂອງພວກເຮົາ, ແຕ່ລະສະມາຊິກຂອງທີມງານຈະໄດ້ອຸດທິດຕົນເພື່ອສ້າງຄວາມສາມາດດ້ານວິຊາຊີບ ແລະ ບໍລິການ ໃຫ້ຢູ່ໃນລະດັບສູງສຸດໃຫ້ແກ່ລູກຄ້າ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ບໍລິສັດ ແອ໋ກມີນ ໄດ້ມີການຊຸກຍູ້ ແລະ ສະໜັບສະໜູນສະມາຊິກທີມງານຂອງພວກເຮົາເພື່ອສຶກສາ ແລະ ຮຽນຮູ້ແບບຕໍ່ເນື່ອງ, ສັງເກດຫາແນວໂນມໃໝ່ໆທີ່ຈະເກິດຂື້ນດ້ານວິຊາຊີບການບັນຊີເພື່ອນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການພັດທະນາວິທີການແກ້ໄຂບັນຫາ, ການແນະນຳວິທີການປັບປຸງການຈັດລະບົບ ແລະ ການອອກແບບລະບົບບັນຊີ ແລະ ການຄຸ້ມຄອງການເງິນຂອງບັນດາລູກຄ້າຂອງພວກເຮົາ.
Picture
ທ່ານ ຄຳປີວ ທີບພາວົງພັນ
ທີ່ປຶກສາຫຼັກ/ຜູ້ອຳນວຍການ
ທີ່ປຶກສາບັນຊີ, ປະລິນຍາໂທດ້ານການບໍລິຫານ, ທີ່ປຶກສາໂປແກມບັນຊີຄິວກບຸກອອນລາຍ
ທ່ານ ຄຳປິວ ທິບພາວົງພັນ, ເປັນສຳມະຊິກຂອງ:
  • ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບບັນຊີລາວ
  • ສະມາຄົມນັກກວດສອບການສໍ້ໂກ້ງ

ໄດ້ເປັນສຳມະຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບບັນຊີລາວ ແຕ່ປີ 2007 ເປັນຕົ້ນມາພ້ອມກັນນັ້ນ, ຈົບປະລິນຍາໂທດ້ານການບໍລິຫານຈາກໂຮງຮຽນການບໍລິຫານຂອງສະຖາບັນເຕັກໂນໂລຊີແຫ່ງອາຊີ, ປະເທດໄທ ແລະ ສູນຫວຽດນາມ-ຝລັ່ງດ້ານການບໍລິຫານຂອງມະຫາວິທະຍາໄລເສດຖະກິດ, ປະເທດຫວຽດນາມ. ຍັງໄດ້ເຂົ້າຮ່ວມການຝຶກອົບຮົບ ແລະ ສຳມະນາດ້ານວິຊາການຕ່າງໆ ຢ່າງຕໍ່ເນື່ອງເຊັນ: ການກວດສອບ, ລະບົບການຄຸ້ມຄອງພາຍໃນ, ການປະເມີນຄວາມສ່ຽງ ແລະ ມາດຕະການສາກົນດ້ານການລາຍງານການເງິນ. ມີປະສົບການຫຼາຍກວ່າ 15 ປີ ໃນດ້ານບັນຊີ ແລະ ການຄຸ້ມຄອງການເງິນໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ວິສາຫະກິດຕ່າງໆ. ຂົງເຂດທີ່ມີປະສົບການຫຼາຍແມ່ນ: ການຈັດລະບົບບັນຊີ, ການຄຸ້ມຄອງການເງິນ, ການຂື້ນແຜນງົບປະມານ, ການປະເມີນ ແລະ ວິໄຈລະບົບຂໍ້ມູນຂ່າວສານບັນຊີ ແລະ ການເງິນຕ່າງໆ.

ນອກຈາກມີປະສົບການດ້ານບັນຊີ ແລະ ການຄຸ້ມຄອງການເງິນ ແລ້ວຍັງເຄີຍເຮັດວຽກໃນຕຳແໜ່ງລະດັບສູງດ້ານບັນຊີ ແລະ ການຄຸ້ມຄອງການເງິນໃນໂຄງການຂອງກະຊວງສາທາລະນະສຸກ. ໃນຕຳແໜ່ງຊ່ຽວຊານດ້ານການຄຸ້ມຄອງການເງິນ/ຫົວໜ້າການເງິນເຊິ່ງຄຸ້ມຄອງງົບປະມານຂອງໂຄງການຫຼາຍກວ່າ 100 ລ້ານໂດລາ ເພື່ອດຳເນີນກິດຈະກຳຕ່າງໆໃນການຕ້ານໂລກເອດສ, ວັນນະໂລກ ແລະ ໄຂ້ຍຸງໃນທົ່ວປະເທດລາວ.

ພ້ອມກັນນັ້ນຍັງເຄີຍເປັນທີ່ປຶກສາການຄຸ້ມຄອງການເງິນໂຄງການສ້າງຄວາມເຂັ້ມແຂງດ້ານສີ່ງແວດລ້ອມໄລຍະທີ່ 1 ເຊິ່ງຄຸ້ມຄອງເງິນຊ່ວຍເຫຼືອລ້າ 62 ລ້ານເງິນສະກຸນ ສະວີເດັນຈາກອົງການເພື່ອການພັດທະນາສາກົນຂອງປະເທດສະວິດເດັນ.
​
ຄຽງຄູ່ກັບປະສົບການດ້ານບັນຊີ ແລະ ການຄຸ້ມຄອງການເງິນ, ຍັງໄດ້ມີສ່ວນຮ່ວມໃນການປະເມີນລະບົບການຄຸ້ມຄອງການເງິນ, ການກວດສອບພາຍໃນ ແລະ ພາຍນອກຂອງໂຄງການຕ່າງໆ, ທະນາຄານ, ວິສາຫະກິດປະກັນໄພ, ແລະ ໂຄງການຕ່າງໆທີ່ສະໜັບສະໜູນໂດຍທະນາຄານພັດທະນາອາຊີ, ທະນາຄານໂລກ, ອົງການກາແດງປະເທດສະວິດສະແລນ, ອົງການຟາສເທັນອອບເຟີ ແລະ ອົງການເຂົ້າຈີ່ໂລກ.
Picture
ທ່ານ ນາງ ທະນິດາ ອັດທະໂຊດ

​ຜູ້​ຈັດ​ການ
ປະ​ລີນ​ຍາ​ຕີ​ສິນ​ລະ​ປະ​ສາດ ແລະ ກຳ​ລັງ​ສືກ​ສາ​ຫຼັ​ກ​ສູດ​ທີ່​ປືກ​ສາ​ບັນ​ຊີ​ລາວ
Picture
ທ່ານ ນາງ ເ​ພັດກາຄຳ ວົງສຸວັນເຄນຄຳໃສ
ນັກບັນຊີ ແລະ ກວດສອບ
ປະກາດສະນີຍະບັດຕີດ້ານບັນຊີ
Picture
ທ່ານ ແລ ໝື່ນ​ສີ
ນັກບັນຊີ ແລະ ກວດສອບ
ປະກາດສະນີຍະບັດຕີດ້ານບັນຊີ ແລະ ກຳລັງສຶກສາຫຼັກສູດທີ່ປຶກສາບັນຊີລາວ
ທ່ານ ນາງ ທະນິດາ ອັດທະໂຊດ, ຜູ້ຈັດການ
ຈົບປະລີນຍາຕີ​​ຈາກ​ຄະ​ນະສີນລະປະສາດ, ມະຫາວິທະຍາໄລທຳມະສາດ, ບາງກອກ, ປະເທດໄທ, ໄດ້​ຮັບ​ໃບປະກາດສະນິຍະບັດດ້ານ​ບັນຊີວິສາຫະກິດຈາກ ໂຮງຮຽນໄມໂຄເທັກ, ນະຄອນຫຼວງວຽງຈັນ, ສ​ປ​ປ ລາວ. ມີປະສົບການຫຼາຍກວ່າ 10 ປີ ດ້ານການບໍລິຫານ ແລະ ບັນຊີຂອງວິສາຫະກິດ ແລະ ມີປະສົບການ 6 ປີດ້ານບັນຊີ ແລະ ການກວດສອບບັນຊີຂອງໂຄງການ ແລະ ອົງກອນບໍ່ຫວັງຜົນກຳໄລຕ່າງໆ.


ທ່ານ ນາງ ເພັດກາຄຳ ວົງສຸວັນເຄນຄຳໃສ, ບັນຊີ/ກວດສອບ
ຈົບບັນຊີ ແລະ ບໍລິຫານທຸລະກິດຈາກວິທະຍາໄລເຕັກນິກປາກປ່າສັກ, ມີປະສົບການຫຼາຍກວ່າ 10 ປີ ໃນການບໍລິຫານ ແລະ 4 ປີໃນການບັນຊີ ແລະ ກວດສອບບັນຊີຂອງໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ວິສາຫະກິດຕ່າງໆ.


ທ່ານ ແລ ໝື່ນສີ  ບັນຊີ/ກວດສອບ
ຈົບບັນຊີຊັ້ນກາງ ຈາກວິທະຍາໄລເຕັກນິກປາກປ່າສັກ. ມີປະສົບການ 7 ປີ ໃນດ້ານບັນຊີ ແລະ ກວດສອບບັນຊີຂອງໂຄງການ, ອົງກອນບໍ່ຫວັງຜົນກຳໄລ ແລະ ວິສາຫະກິດຕ່າງໆ.
Picture
ທ່ານ ຄຳຕຸ້ຍ ຈັນທະວົງ
ຜູ້ຊ່ວຍບັນຊີ ແລະ ກວດສອບ
ປະລີນຍາຕີ ການເງິນ-ການ​ບັນຊີ-ການ​ທະນາຄານ
Picture
ທ່ານ ນາງ ຄຳບາງ ເທບພະວົງ
ຜູ້ຊ່ວຍບັນຊີ ແລະ ກວດສອບ
ຈົບປະລີນຍາຕີ ບໍລິຫານທຸລະກິດ
ທ່ານ ຄຳຕຸ້ຍ ຈັນທະວົງ ຜູ້ຊ່ວຍບັນຊີ ແລະ ກວດສອບ
ຈົບປະລີນຍາຕີ ສາຂາ ການເງິນ-ການ​ບັນຊີ-ການ​ທະນາຄານ. ຈາກສະຖາບັນ ການທະນາຄານ ​ແຫ່ງ ສປປ ລາວ. ມີປະສົບການ 2 ປີໃນດ້ານສິນ​ເຊື່ອ, ບັນຊີ ແລະ ກວດສອບໂຄງການ, ຂອງອົງການບໍ່ຫວັງຜົນກຳໄລ ແລະ ວິສາຫະກິດຕ່າງໆໃນ ສປປ ລາວ.

ທ່ານ ນາງ ຄຳບາງ ເທບພະວົງ ຜູ້ຊ່ວຍບັນຊີ ແລະ ກວດສອບ
ຈົບປະລີນຍາຕີ ສາຂາບໍລິຫານທຸລະກິດ ວິທະຍາໄລບຸດ ວິເສດ ມີປະສົບການ 2 ປີດ້ານບັນຊີ ແລະ ກວດສອບໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ວິສາຫະກິດຕ່າງໆ. ໃນ ສປປ ລາວ

ທີມງານຈ້າງຈາກທາງນອກ
ພວກເຮົາມີການຈ້າງທີມງານຈາກທາງນອກເພື່ອມາເສີມທີມງານຂອງພວກເຮົາໃນໄລຍະທີ່ມີລູກຄ້າໃຊ້ບໍລິການຫຼາຍໃນເວລາດຽວກັນ ຫຼື ໃນການບໍລິການໃດໜື່ງທີ່ພວກເຮົາມີຄວາມຕ້ອງການປະສົບການ ຫຼື ທັກສະເພາະທາງ. ກະລຸນນາເຂົ້າຮ່ວມເຮັດວຽກກັບທີມຂອງພວກເຮົາ​ໄດ້.JOIN OUR TEAM
Picture

ຕິດຕໍ່ພວກເຮົາ ແລະ ຕິດຕາມພວກເຮົາຕາມທີ່ຢູ່ດັ່ງຕໍ່ໄປນີ້! Follow us on


SERVICE

Accounting and Financial Management
Assurance/Audit
Tax
​Training

RESOURCES

News and Events
Links
Tools

PARTNER

SFAI
QuickBooks Online
ACCMIN Business Service 
​3E Accounting International
​Cekindo Bisnis Group

COMPANY

Contact us
Our Team
FAQ
​Job
  • Company
    • Contact
    • Team
    • FAQ
  • Services
    • Accounting and Financial Management
    • Assurance/Audit
    • Tax Services
    • Training
  • Resources
    • News and Events
    • Tools >
      • QuickBooks Online
      • Xero Accounting
    • Links
  • Partner
  • Job
    • Audit Manager
    • Senior Auditor
    • Accountant
    • Audit Assistant
  • ກ່ຽວກັບບໍລິສັດ
    • ຕິດຕໍ່
    • ທີມງານ
    • ຖາມ - ຕອບ
  • ການບໍລິການ
    • ບັນຊີ ແລະ ການຄຸ້ມຄອງການເງິນ
    • ການຮັບປະກັນ/ການກວດສອບ
    • ອາກອນ
    • ການຝຶກອົບຮົມ
  • ແຫຼ່ງຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຄື່ອງມື >
      • ໂປແກມບັນຊີຄິວກບຸກອອນລາຍ
      • ໂປແກມບັນຊີແຫ່ງລັດ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
  • ຄູ່ຮ່ວມງານ
  • Company
    • Contact
    • Team
    • FAQ
  • Services
    • Accounting and Financial Management
    • Assurance/Audit
    • Tax Services
    • Training
  • Resources
    • News and Events
    • Tools >
      • QuickBooks Online
      • Xero Accounting
    • Links
  • Partner
  • Job
    • Audit Manager
    • Senior Auditor
    • Accountant
    • Audit Assistant
  • ກ່ຽວກັບບໍລິສັດ
    • ຕິດຕໍ່
    • ທີມງານ
    • ຖາມ - ຕອບ
  • ການບໍລິການ
    • ບັນຊີ ແລະ ການຄຸ້ມຄອງການເງິນ
    • ການຮັບປະກັນ/ການກວດສອບ
    • ອາກອນ
    • ການຝຶກອົບຮົມ
  • ແຫຼ່ງຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຄື່ອງມື >
      • ໂປແກມບັນຊີຄິວກບຸກອອນລາຍ
      • ໂປແກມບັນຊີແຫ່ງລັດ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
  • ຄູ່ຮ່ວມງານ