• About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
    • ISO Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
    • ຈຸນລະວິສາຫະກິດ
    • ວິສາຫະກິດ ຂະໜາດນ້ອຍ ແລະ ກາງ
    • ໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ໜ່ວຍງານ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ
ACCMIN Consulting and Services Co., Ltd.
  • About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
    • ISO Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
    • ຈຸນລະວິສາຫະກິດ
    • ວິສາຫະກິດ ຂະໜາດນ້ອຍ ແລະ ກາງ
    • ໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ໜ່ວຍງານ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ

ຂ່າວສານ ແລະ ເຫດການ

ຮອບຮູ້ SME 8 ເຄັດ(ບໍ່)ລັບວິທີຫຼຸດລາຍຈ່າຍໃຫ້ແກ່ທຸລະກິດ.

8/29/2021

0 Comments

 
ບົດສຳພາດ ​ທ່ານ ຄຳປິວ ທິບພະວົງພັນ ຄູເຝິກ ແລະ ນັກບັນຊີ ຈາກ ACCMIN ຮ່ວມສົນທະນາ ພາຍໃຕ້ຫົວຂໍ້ "8 ເຄັດ(ບໍ່)ລັບວິທີຫຼຸດລາຍຈ່າຍໃຫ້ແກ່ທຸລະກິດ.
ຟັງການສຳພາດ
8 ເຄັດ(ບໍ່)ລັບວິທີຫຼຸດລາຍຈ່າຍໃຫ້ແກ່ທຸລະກິດ ປະກອບມີ:

​1. ທົບທວນລາຍຈ່າຍທັງໝົດຂອງທ່ານ
2. ຈຳແນກລາຍຈ່າຍທີ່ທ່ານສາມາດລົດໄດ້ທັນທີ ແລະ ລຸດໄດ້ໂດຍງ່າຍດາຍ.
3. ລຸດລາຍຈ່າຍທີ່ບໍ່ມີຄວາມສຳຄັນ ຫລື ບໍ່ຈຳເປັນ
4. ລຸດລາຍຈ່າຍວັດສະດຸ
5. ທົບທວນ ແລະ ປັບປຸງ ລະບົບເຄື່ອງໃນສາງ
6. ຊອກວິທີລຸດລາຍຈ່າຍບໍລິຫານ
7. ລຸດລາຍຈ່າຍພະນັກງານ ໂດຍລຸດຜ່ອນຜົນກະທົບຕໍ່ພະນັກງານ
8. ສະໜັບສະໜູນເຊີ່ງກັນ ແລະ ກັນ
0 Comments

ຮອບຮູ້ SME ອົງປະກອບລະບົບບັນຊີ

8/22/2021

0 Comments

 
ສຳພາດ ທ່ານ ຄຳປີວ ທິບພະວົງພັນ ເລື້ອງ ລະບົບບັນຊີ ທີ່ ວິສາຫະກິດຕ້ອງຮູ້
​
ເຂົ້າຟັງບົດສຳພາດ
ອົງປະກອບລະບົບບັນຊີ ປະກອບມີ 3 ສ່ວນດັ່ງນີ້:

1. ປື້ມຄູ່ມືບັນຊີ

ຫົວໜ່ວຍການບັນຊີຕ້ອງສ້າງປື້ມຄູ່ມືການບັນຊີສະເພາະເພື່ອຮັບໃຊ້ການຈັດຕັ້ງປະຕິບັດວຽກງານບັນຊີຕາມທີ່ໄດ້ກໄນົດໄວ້ໃນມາດຕາ 25 ຂອງກົດໝາຍວ່າດ້ວຍການບັນຊີ. ຄູ່ມືການບັນຊີ - ແມ່ນ ປື້ມທີ່ກຳນົດ ວິທີການ ແລະ ການຈັດຕັ້ງປະຕິບັດວຍກງານບັນຊີ ຊື່ງຫົວໜ່ວຍບັນຊີ ຕ້ອງສ້າງຂື້ນ ອີ່ງຕາມປື້ມຄູ່ມືການບັນຊີຂອງກະຊວງການເງິນ ເພື່ອເປັນພື້ນຖານໃຫ້ແກ່ການບັນທືກບັນຊີ, ການສະໜອງຂໍ້ມູນຂ່າວສານ, ການຄວບຄຸມພາຍໃນ ແລະ ການສະຫລຸບລາຍງານ. ໂຄງສ້າງ ແລະ ເນື້ອໃນຕົ້ນຕໍຂອງປື້ມຄູ່ມືການບັນຊີປະກອບມີ:
  • ສະພາບລວມຂອງຫົວໜ່ວຍຖືບັນຊີ, ຊື່ ແລະ ທີ່ຕັ້ງ, ການເຄື່ອນໄຫວຕົ້ນຕໍ ແລະ ສຳຮອງ, ໂຄງປະກອບການຈັດຕັ້ງ ແລະ ອື່ນໆ
  • ວິທີການເຄື່ອນໄຫວວຽກງານການເງິນ - ການບັນຊີ ແລະ ການຄວບຄຸ້ມພາຍໃນກ່ຽວກັບຈັນຍາບັນຂອງພະນັກງານ
  • ນະໂຍບາຍການບັນຊີຊື່ງອະທິບາຍລະບຽບວິທີປະຕິບັດວຽກງານບັນຊີ, ລະບຽບໃນການຮັບຮູ້, ຕີມູນຄ່າ, ສະແດງ ແລະ ເປີດເຜີຍລາຍການເຄື່ອນໄຫວຕ່າງໆລວມທັງການອະທິບາຍກ່ຽວກັບມາດຕະຖານການລາຍງານການເງິນ, ປີການບັນຊີ, ຜັງບັນຊີ, ພາສາ, ສະກຸນເງິນຕາທີ່ໃຊ້ໃນການດຳເນີນງານ, ຮູບແບບບັນທືກລາຍການເຄື່ອນໄຫວ (ດ້ວຍມື ຫຼື ໂປແກມ)
  • ວິທີການເກັບມ້ຽນເອກກະສານບັນຊີເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.

2. ພະນັກງານ

ຕ້ອງມີກົງຈັກການຈັດຕັ້ງ ເພື່ອຮັບຜິດຊອບຈັດຕັ້ງປະຕິບັດວຽກງານບັນຊີ.

1. ຜູ້ບໍລິຫານ ຫລື ເຈົ້າຂອງ ວິສາຫະກິດ
2. ນັກບັນຊີ ທີ່ມີເງື່ອນໄຂຄົບຖ້ວນ
  • ຫົວໜ້າ ບັນຊີ, ຈົບດ້ານບັນຊີ-ການເງີນ ຊັ້ນສູງ, ປະສົບການ 3 ປີ ຂື້ນໄປ
  • ພະນັກງານບັນຊີ, ຈົບດ້ານບັນຊີ-ການເງີນ ຊັ້ນກາງ

3. ເຄື່ອງມືບັນຊີ

ເຄື່ອງມີ ອາດນຳໃຊ້ ປື້ມບັນທືກບັນຊີປະຈຳວັນ ແລະ ປື້ມບັນທືກບັນຊີແຍກປະເພດຕ່າງໆ, ນຳໃຊ້ ໂປແກມ ເອກແຊວ ຫລື ນຳໃຊ້ ໂປແກມບັນຊີສຳເລັດຮູບທີ່ໄດ້ຮັບອານຸມັດຈາກກະຊວງການເງິນ. ໃນເດືອນນີ້ ມີ 7 ຫົວໜ່ວຍວິສາຫະກິດ (ໂປແກມບັນຊີ) ທີ່ໄດ້ຮັບການອານຸມັດຈາກກົມບັນຊີ. 

0 Comments

ຮອບຮູ້ SME - ພື້ນຖານບັນຊີ

8/15/2021

0 Comments

 
ມື້ນີ້ລາຍການພວກເຮົາໄດ້ຮັບກຽດຈາກ ທ່ານ ຄຳປິວ ທິບພະວົງພັນ ຄູເຝິກ ແລະ ນັກບັນຊີຈາກ ບໍລິສັດທີ່ປຶກສາ ACCMIN ຮ່ວມສົນທະນາໃນລາຍການ. ທ່ານສາມາດສະແດງຄຳຄິດເຫັນຮ່ວມໃນລາຍການໄດ້.


ເຂົ້າຟັງການສົນທະນາ
0 Comments

ສຳມະນາ “ນະໂຍບາຍການບໍລິຫານຄວາມສ່ຽງ ສຳລັບ ສກຈຮ ໃນລາວ”

1/16/2020

0 Comments

 
Picture
ຕາມຂ່າວຂອງ ທະນາຄານກາງ ແຫ່ງ ສປປ ລາວ:

​
ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ນະໂຍບາຍການບໍລິຫານຄວາມສ່ຽງສຳລັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ) ໃນສປປ ລາວ” ໄດ້ຮັບຜົນສຳເລັດໃນວັນທີ 16 ມັງກອນ 2020 ...( ອ່ານຕໍ່ )
0 Comments

ຝຶກອົບຮົມການວາງແຜນທຸລະກິດ ແລະ ການເງິນເພື່ອກູ້ຢືມເງິນ ຫຼື ຊອກຫາຄູ່ຮ່ວມທຸລະກິດ

5/18/2019

0 Comments

 

ຫຼັກສູດ “ການວາງແຜນທຸລະກິດ ແລະ ການເງິນ” ເພື່ອເພີ່ມໂອກາດໃນການເຂົ້າເຖິງແຫຼ່ງທືນຈາກທະນາຄານ ແລະ ຊອກຫາຄູ່ຮ່ວມທຸລະກິດ.

Picture
​ຂໍເຊີນລົງທະບຽນຮຽນ ຫຼັກສູດ “ການວາງແຜນທຸລະກິດ ແລະ ການເງິນ” ເພື່ອເພີ່ມໂອກາດໃນການເຂົ້າເຖິງແຫຼ່ງທືນຈາກທະນາຄານ ແລະ ຊອກຫາຄູ່ຮ່ວມທຸລະກິດ.

ຕື່ມແບບຟອມລົງທະບຽນ​

ເວລາ ແລະ ສະຖານທີ່: 
ເລີ່ມເຝິກອົບຮົມ ແລະ ຝຶກປະຕິບັດຕົວຈິງວັນທີ 3-7 ມີຖຸນາ (6) 2019 ທີ່ ບໍລິສັດ ທີ່ປຶກສາ ແລະ ບໍລິການແອ໋ກມິນຈຳກັດ, ບ. ໜອງແຕ່ງເໜືອ, ມ.ສີໂຄດຕະບອງ


ເນື້ອໃນການຝຶກອົບຮົມ:

1. ການວາງແຜນທຸລະກິດ:

ແຜນທຸລະກິດໂດຍພື້ນຖານປະກອບດ້ວຍ 5 ພາກທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
ພາບລວມແຜນທຸລະກິດ
ແຜນການຕະຫລາດ
ແຜນດໍາເນີນງານ
ແຜນຄຸ້ມຄອງບໍລິຫານ
ແຜນການເງິນ 

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
ສາມາດສ້າງແຜນທຸລະກິດໄດ້
ໄດ້ແບບຟອມການວາງແຜນທຸລະກິດ

2. ການວາງແຜນການເງິນ:
ຫົວຂໍ້ທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
ພາກສະເໜີ: ການວາງແຜນການເງິນ 
ພາກທີ່ 1: ຍອດເຫຼືອເງິນສົດ ແລະ ຊັບສິນຕ່າງໆ 
ພາກທີ່ 2: ແຜນການລົງທຶນ ແລະ ແຜນການເງິນ
ພາກທີ່ 3: ການຄາດຄະເນການຂາຍ
ພາກທີ່ 4: ການຄາດຄະເນລາຍຈ່າຍ
ພາກທີ່ 5: ການຄາດຄະເນກະແສເງິນສົດ

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
ສາມາດສ້າງແຜນການເງິນໄດ້
ໄດ້ແບບຟອມເອກແຊວການວາງແຜນການເງິນ


ຫຼັກສູດນີ້ເໝາະສົມສຳລັບ: ເຈົ້າຂອງ, ຜູ້ຈັດການ ແລະ ພະນັກງານຂອງ ທຸລະກິດທີ່ສ້າງຕັ້ງໃໝ່ ຫລື ມີທຸລະກິດຢູ່ແລ້ວ ແລະ ຕ້ອງການຂະຫຍາຍກິດຈະການ, ຢາກກູ້ເງິນ ແລະ ຕ້ອງການຄູ່ຮ່ວມທືນ ຫລື ຮ່ວມທຸລະກິດເພີ້ມ.

ລາຄາຄ່າຝຶກອົບຮົມ: 
ລາຄາພິເສດພຽງ 50 ໂດລາ ຫຼື 400,000 ກີບ ລວມຄ່າອາຫານວ່າງ ແລະ ອາຫານທ່ຽງ

ຮັບສະມັກບໍ່ເກີນ 25 ທ່ານ

ລົງທະບຽນຮອດວັນທີ່ 2 ມີຖຸນາ (6) 2019

ຕື່ມແບບຟອມລົງທະບຽນ​

ຢ່າລໍຊ້າ! ລົງທະບຽນເຝິກອົບຮົມ ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່
ເບີ 020 5465 5445, E-mail: contactus@accminlao.com
0 Comments

ເຊີນເຂົ້າຮ່ວມຝຶກອົບຮົມ ການວາງແຜນທຸລະກິດ ແລະ ການເງິນ

4/22/2019

0 Comments

 
Picture
ຂໍເຊີນລົງທະບຽນຮຽນ ຫຼັກສູດ “ການວາງແຜນທຸລະກິດ ແລະ ການເງິນ” ເພື່ອເພີ່ມໂອກາດໃນການເຂົ້າເຖິງແຫຼ່ງທຶນຈາກທະນາຄານ.

ເວລາ ແລະ ສະຖານທີ່: 
ເລີ່ມເຝິກອົບຮົມວັນທີ 2-3 ພຶດສະພາ ທີ່ໂຮງແຮມ ແສງຕາວັນ ຣີເວີໄຊດ໌, ບ. ສີຖານເໜືອ, ມ.ສີໂຄດຕະບອງ  ແລະ 
ຝຶກປະຕິບັດຕົວຈິງ ວັນທີ່ 4-5 ພຶດສະພາ ທີ່ Tom and Ton Cafe, ບ. ສີເມືອງ, ມ. ສີສັດຕະນາກ


ເນື້ອໃນການຝຶກອົບຮົມ:

1. ການວາງແຜນທຸລະກິດ:

ແຜນທຸລະກິດໂດຍພື້ນຖານປະກອບດ້ວຍ 5 ພາກທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
  1. ພາບລວມແຜນທຸລະກິດ
  2. ແຜນການຕະຫລາດ
  3. ແຜນດໍາເນີນງານ
  4. ແຜນຄຸ້ມຄອງບໍລິຫານ
  5. ແຜນການເງິນ 

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
  1. ສາມາດສ້າງແຜນທຸລະກິດໄດ້
  2. ໄດ້ແບບຟອມການວາງແຜນທຸລະກິດ

2. ການວາງແຜນການເງິນ:
ຫົວຂໍ້ທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
  • ພາກສະເໜີ: ການວາງແຜນການເງິນ  
  • ພາກທີ່ 1: ຍອດເຫຼືອເງິນສົດ ແລະ ຊັບສິນຕ່າງໆ 
  • ພາກທີ່ 2: ແຜນການລົງທຶນ ແລະ ແຜນການເງິນ
  • ພາກທີ່ 3: ການຄາດຄະເນການຂາຍ
  • ພາກທີ່ 4: ການຄາດຄະເນລາຍຈ່າຍ
  • ພາກທີ່ 5: ການຄາດຄະເນກະແສເງິນສົດ

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
  1. ສາມາດສ້າງແຜນການເງິນໄດ້
  2. ໄດ້ແບບຟອມເອກແຊວການວາງແຜນການເງິນ

ລາຄາຄ່າຝຶກອົບຮົມ: 
ລາຄາພິເສດ 50 ໂດລາ ຫຼື 430,000 ກີບ ລວມຄ່າອາຫານວ່າງ ແລະ ອາຫານທ່ຽງ

ລົງທະບຽນມື້ນີ້ຫາ 1 ພຶດສະພາ:
​ຮັບບໍ່ເກີນ 25 ທ່ານ


ກອບແບບຟອມລົງທະບຽນ​
 
ຢ່າລໍຊ້າ! ລົງທະບຽນເຝິກອົບຮົມ ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່
ໂທ: 020 5465 5445 ແລະ 020 5465 5465, E-mail: contactus@accminlao.com
​
#SMELaos #Financelaos #ສົ່ງເສີມSMELaos
0 Comments

ສວບກລ ເຊີນເຂົ້າຮ່ວມສຳມະນາເປັນຄູຝືກ (ToT) ຫຼັກສູດການບໍລິຫານການເງິນເພື່ອສ້າງຄວາມເຂັ້ມແຂງໃຫ້ແ

10/24/2018

0 Comments

 

ກອງປະຊຸມສຳມະນາ ເປັນຄູຝືກ ຫລັກສູດ ການບໍລິຫານການເງິນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການເຂົ້າເຖິງແຫລ່ງທືນ

ເຖິງ: ສະມາຊິກ ສວບກລ ທີ່ນັບຖືທຸກທ່ານ,
ເລື່ອງ: ເຊີນເຂົ້າຮ່ວມກອງປະຊຸມສຳມະນາ ເປັນຄູຝືກ ຫລັກສູດ ການບໍລິຫານການເງິນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການເຂົ້າເຖິງແຫລ່ງທືນ
 

ທາງທີມງານ ສວບກລ ຂໍແຈ້ງຂ່າວດີ ໃຫ້ບັນດາທ່ານທີ່ສົນໃຈຊາບວ່າ: ທາງອົງການແຮງງານສາກົນ (ILO) ຮ່ວມມືກັບ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ (LNCCI) ຈະຈັດສຳມະນາການເປັນຄູຝືກເພືອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຈຸລະວິຫາຫະກິດ ໃນການເຂົ້າເຖິງແຫລ່ງທືນ ໃນຂອບເຂດ 3 ແຂວງ ປະກອບມີ ນະຄອນຫລວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງ ຫລວງພະບາງດັ່ງລາຍລະອຽດລຸ່ມນີ້:
ຫົວຂໍ້: ຫລັກສູດ ການບໍລິຫານການເງິນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການເຂົ້າເຖິງແຫລ່ງທືນ (MSME)

ວັນທີ່:  31 ຕຸລາ – 1  ພະຈິກ
ສະຖານທີ່:  ກະຊວງອຸດສະຫະກຳ ແລະ ການຄ້າ (ກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ)


ເງື່ອນໄຂຂອງຜູ້ທີ່ຈະເຂົ້າຮ່ວມ

  • ເປັນສະມາຊິກ ສະພານັກບັນຊີ ແລະ ນັກກວດສອບລາວ
  • ມີການປະຕິບັດກົດລະບຽບການເປັນສະມາຊິກຂອງ ສະພານັກບັນຊີ ແລະ ນັກ  ກວດສອບລາວ ເປັນຢ່າງດີ
  • ໄດ້ຮັບການຝືກອົບຮົມໃນຂະແໜງການ ບໍລິຫານການເງິນ
  • ມີປະສົບການເຮັດວຽກໃນຂະແໜງການ ບໍລິຫານການເງິນ ໃນພາກເອກະຊົນ
  • ມີເວລາທີ່ຈະເປັນຄູຝືກ ໃຫັກັບ MSME ປະມານ 4 ກຸ່ມ(ປະມານ 60 ບໍລິສັດ) ລະຫວ່າງ ເດືອນ ພະຈິກ 2018 ຫາ ເດືອນ ພືດສະພາ ປີ 2019 (ລວມປະມານ 8 ອາທິດ).
ວິທີການເຮັດວຽກ ແລະ ຜົນການຕອບແທນ ຫລັງຈາກສຳເລັດການຝືກອົບຮົມ (ສຳລັບລາຍລະອຽດແມ່ນໃຫ້ອີງເອກະສານ (DraftToR for BDS )ທີ່ແນບມາກັບອີເມວນີ້
  • ຈະຮ່ວມເຮັດວຽກກັບ ອົງການສະໜັບສະໜູນການພັດທະນາທຸລະກິດ (Business Development support- BDS). ສຳລັບຕາຕະລາງການເຮັດວຽກໂດຍລວມແມ່ນຂຶ້ນກັບ BDS
  • ຈະໄດ້ຮັບຄ່າຕອບແທນເປັນລາຍວັນຈາກ BDS 
  • ຫລື ອີກທາງເລືອກໜື່ງ, ທ່ານອາດຈະໃຫ້ການບໍລິຫານຝືກອົບຮົມໃຫ້ກັບ MSME ໂດຍກົງເລີຍຕາມຫລັກສຸດທີ່ໄດ້ຝືກໄປ  ແລະ ຖ້າໄດ້ຜົນຕາມທີ່ ILO ວາງໄວ້, ຈະໄດ້ ຮັບເງິົນ ສົມທົບຈາກILO ໃນແຕ່ລະວັນ. ILO ຍິນດີຈະເຮັດສັນຍາອີງຕາມຜົນໄດ້ຮັບ ກັບທ່ານທີ່ສົນໃຈ (ຕາຕະລາງ ການຝືກອົບຮົມແມ່ນຂຶ້ນກັບ ທ່ານເອງໃນຊ່ວງເວລາທີ່ກຳນົດໄວ້)
ຖ້າທ່ານສົນໃຈ, ກະລຸນາສົ່ງ CV ຂອງທ່ານ ມາຍັງ ພວກເຮົາ ຫລື ສາມາດສອບຖາມຂໍ້ມູນເພີ່ມເຕີມກ່ອນໄດ້ກັບຫ້ອງການ ຂອງພວກເຮົາ (ທ່ານ ນາງ ບົວວອນ) ບໍ່ໃຫ້ກາຍ ເວລາ 3 ໂມງຂອງ ວັນທີ 29 ຕຸລາ2018. 

ໝາຍເຫດ:
-     ເຂົ້າຮ່ວມໂດຍບໍ່ເສຍຄ່າລົງທະບຽນ
-     ຮັບຈຳນວນຈຳກັດ 
-    ພວກເຮົາຈະສະໜອງຮ່າງເອກະສານທີ່ຈະໃຊ້ໃນການຝືກອົບຮົມ ເພື່ອ ເປັນຂໍ້ມູນ ດັ່ງມີລາຍລະອຽດ:
- Draft Financial Planning template (Lao+Eng language)
- Draft Cash Based Accounting template (Lao+Eng language)
- Draft Accounting Guide (in English)
- Draft Financial Planning Guide (in English,)
- Draft list of documents required from SMEs when applying a loan

0 Comments

ຈັດກອງປະຊຸມເຜີຍແຜ່ວຽກງານມາດຕະຖານເນື່ອງໃນວັນມາດຕະຖານສາກົນ ປະຈຳປີ 2018

10/19/2018

0 Comments

 
Picture
ໃນຕອນເຊົ້າຂອງວັນທີ 18  ຕຸລາ 2018 ນີ້ ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມສຳມະນາກ່ຽວກັບການເຜີຍແຜ່ວຽກງານມາດຕະຖານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມາດຕະຖານສາກົນ ປະຈຳປີ 2018, ພາຍໃຕ້ຫົວຂໍ້ “ຄວາມສຳຄັນຂອງວຽກງານມາດຕະຖານຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໃນການເຊື່ອມໂຍງພາກພື້ນ ແລະ ສາກົນ ໃນ ຍຸກ ການປະຕິວັດອຸດສາຫະກຳ ຄັ້ງທີ 4”  ກອງປະຊຸມສຳມະນາຄັ້ງນີ້ ໄດ້ຈັດຂື້ນໂດຍ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ, ຊຶ່ງໄດ້ຮັບກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ໃນກອງປະຊຸມໄດ້ມີນັກສຳມະນາກອນ ຜູ້ຕາງໜ້າ ຈາກພາກລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມ. ອ່ານເນື້ອໃນລະອຽດ
0 Comments

ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ອາກອນມູນຄ່າເພີ່ມ

1/26/2018

1 Comment

 
Picture
ໃນລະຫວ່າງວັນທີ 22-24 ມັງກອນ 2018 ທີ່ໂຮງແຮມຄຣາວພຣາຊາ, ກະຊວງການເງິນໄດ້ຈັດກອງປະຊຸມເປີດກ້ວາງທາບທາມຄໍາຄິດເຫັນໃສ່ 2 ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຮ່າງກົໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັງປຸງ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຜູ້ຕາງໜ້າຈາກກະຊວງ, ຂະແໜງການອອ້ມຂ້າງສູນກາງ, ຕາງໜ້າຈາກຫ້ອງວ່າການແຂວງ, ພະແນກການເງິນແຂວງ, ສ່ວຍສາອາກອນປະຈໍາແຂວງພາກ ເໜືອ, ພາກກາງ ແລະ ພາກໃຕ້, ຕາງໜ້າຈາກລັດວິສາຫະກິດ, ພາກທຸລະກິດເອກະຊົນເຂົ້າຮ່ວມ. ອຽດລາຍລະອຽດ

1 Comment

ລັດຖະບານວາງ 15 ວຽກງານຈຸດສຸມເກັບລາຍຮັບປີ 2018

12/29/2017

0 Comments

 
Picture
ອີ່ງຕາມຂ່າວຂອງເວບໄຊກະຊວງການເງິນ, ການສືບຕໍ່ຊຸກຍູ້, ຕິດຕາມ, ກວດກາແນະນໍາການຈັດວາງລະບົບບັນຊີຄູ່, ຄຸ້ມຄອງ, ຕິດຕາມ-ກວດກາການໃຫ້ບໍລິການບັນຊີ ແລະ ການກວດສອບບັນຊີ ແມ່ນໜື່ງໃນວຽກງານຈຸດສຸມຂອງການເກັບລາຍຮັບປີ 2018. ອ່ານລາຍລະອຽດເພີ້ມເຕີມ
0 Comments
<<Previous

    RSS Feed

ຕິດຕໍ່ພວກເຮົາ ແລະ ຕິດຕາມພວກເຮົາຕາມທີ່ຢູ່ດັ່ງຕໍ່ໄປນີ້! Follow us on


SERVICE

Accounting and Financial Management
Assurance/Audit
Tax
Advisory
​Training

RESOURCES

News and Events
Links
Tools

PARTNER

QuickBooks Online
ACCMIN Business Service 
​3E Accounting International
​Cekindo Bisnis Group

COMPANY

Contact us
Our Team
FAQ
​Job
  • About Us
    • Contact
    • Team
    • Job >
      • Engagement Quality Control Reviewer - Not for profit entity audit
      • Engagement Quality Control Reviewer - Microfinance/Banking audit
      • Auditor-online working
      • Audit Manager
      • Senior Auditor
      • Accountant
      • Audit Assistant
    • Partner
    • FAQ
  • Accounting and Financial Management
  • Assurance/Audit
  • Tax Services
  • Advisory Services
  • Training
    • ISO Training
  • Accounting Software
    • QuickBooks Online
    • Xero Accounting
  • Resources
    • News and Events
    • Links
  • ກ່ຽວກັບພວກເຮົາ
    • ຕິດຕໍ່ພວກເຮົາ
    • ທີມງານ
    • ຄູ່ຮ່ວມງານ
    • ຖາມ - ຕອບ
  • ບັນຊີ - ການຄຸ້ມຄອງການເງິນ
  • ການຮັບປະກັນ/ການກວດສອບ
  • ທີ່ປຶກສາອາກອນ
  • ບໍລິການຝຶກອົບຮົມ
    • ຈຸນລະວິສາຫະກິດ
    • ວິສາຫະກິດ ຂະໜາດນ້ອຍ ແລະ ກາງ
    • ໂຄງການ, ອົງການບໍ່ຫວັງຜົນກຳໄລ ແລະ ໜ່ວຍງານ
  • ໂປແກມບັນຊີ
    • ໂປແກມບັນຊີຄິວກບຸກອອນລາຍ
    • ໂປແກມບັນຊີແຫ່ງລັດ
  • ຂໍ້ມູນຂ່າວສານ ແລະ ເຄື່ອງມື
    • ຂ່າວ ແລະ ເຫດການ
    • ເຊື່ອມຕໍ່ກັບເວບໄຊອື່ນໆ
    • ເຄື່ອງມືສຳລັບທີມງານພາຍນອກ
    • ເຄື່ອງມືສຳລັບທີມງານແອ໋ກມິນ